ຕອນນີ້ເກມ PS3 ສາມາດຫຼິ້ນເທິງເຄື່ອງຄອມພິວເຕີ້ໄດ້ບາງສ່ວນແລ້ວ
ໂດຍການນຳໃຊ້ Emulator ທີ່ຊືຶ່ວ່າ RPCS3 ສະນັ້ນ ມື້ນີ້ແອັດມິນຈະພາທຸກຄົນມາຮູ້ຈັກກັບ PS3 Emulator ທີ່ຊື່ວ່າ RPCS3 ນີ້ນຳກັນເລີຍ
ເລີ່ມຕົ້ນດ້ວຍກັບການຮູ້ຈັກກ່ອນວ່າ
Emulator ແມ່ນຫຍັງ
-
Emulator ແມ່ນການຈຳລອງ
ຫຼື ສ້າງລະບົບໃດໜື່ງໃຫ້ສາມາດປະມວນຜົນເທິງລະບົບອື່ນໄດ້ ຕົວຢ່າງເຊັ່ນ
ການສ້າງລະບົບເກມ PS1, PS2, PSP ແລະ ລະບົບເກມອື່ນໆ ໃຫ້ສາມາດຫຼິ້ນເທິງເຄື່ອງຄອມພິວເຕີ້ທົ່ວໄປໄດ້
ບໍ່ວ່າຈະເປັນຄອມພິວເຕີ້ທີ່ມີລະບົບປະຕິບັດການ Windows, Linux
ແລະ ອື່ນໆ ເຊິ່ງຂື້ນກັບຜູ້ສ້າງ Emulator ນັ້ນໆວ່າຈະຈຳລອງລະບົບເກມດັ່ງກ່າວໃຫ້ສາມາດຮອງຮັບລະບົບປະຕິບັດການແບບໃດໄດ້ແນ່.
-
Emulator ແມ່ນການສ້າງລະບົບຈຳລອງໃດໜື່ງໃຫ້ຢູ່ໃນຮູບແບບ
Software (ໂປຣແກຣມ) ແລ້ວເອົານຳເອົາ Software
ດັ່ງກ່າວໄປຕິດຕັ້ງເທິງເຄື່ອງຄອມພິວເຕີ້ແລ້ວຈະເຮັດໃຫ້ເຄື່ອງຄອມພິວເຕີ້ນັ້ນໆ
ສາມາດປະມວນຜົນລະບົບດັ່ງກ່າວໄດ້ໂດຍບໍ່ຈຳເປັນຕ້ອງມີອຸປະກອນຂອງລະບົບນັ້ນໆຢ່າງແທ້ຈິງເລີຍ
ຕົວຢ່າງເຊັ່ນ ການນຳເອົາໂປຣແກຣມທີ່ຈຳລອງລະບົບເຄື່ອງເກມ PS1, PS2, PSP ໄປຕິດຕັ້ງເທິງເຄື່ອງຄອມພິວເຕີ້ ກໍຈະສາມາດເຮັດໃຫ້ເຮົາຫຼິ້ນເກມ PS1,
PS2, PSP ຜ່ານເຄື່ອງຄອມພິວເຕີ້ຂອງເຮົາໄດ້ໂດຍກົງເຊິ່ງເຮັດໃຫ້ເຮົາບໍ່ຈຳເປັນທີ່ຈະຕ້ອງມີເຄື່ອງເກມ
PS1, PS2, PSP ເລີຍ.
-
ນອກຈາກນັ້ນ Emulator ບາງຊະນິດ
ຍັງສາມາດຕິດຕັ້ງເທິງໂທລະສັບມືຖື ແລະ Tablet ໄດ້ນຳ
RPCS3 ແມ່ນຫຍັງ
-
RPCS3 ແມ່ນ PlayStation
3 Emulator ເຊິ່ງເປັນເປັນ Software (ໂປຣແກຣມ) ທີ່ຈຳລອງລະບົບເຄື່ອງເກມ PlayStation 3 ຂື້ນມາ
ເຊິ່ງເຮັດໃຫ້ເຮົາ ສາມາດຫຼິ້ນເກມ PS3 ຜ່ານຄອມພິວເຕີ້ທີ່ຮອງຮັບລະບົບປະຕິບັດການ
Windows ແລະ Linux ໄດ້ໂດຍບໍ່ຕ້ອງໃຊ້ເຄື່ອງເກມ
PS3 ເລີຍ
-
RPCS3 ແມ່ນ
Emulator Software ແບບ Open-Sourced ທີ່ຖືກພັດທະນາຂື້ນລວມທັງກວດແກ້
(Debug) ໂດຍພາສາ C++ ສຳລັບລະບົບປະຕິບັດການ
Windows ແລະ Linux. RPCS3 ເລີ່ມຕົ້ນພັດທະນາໃນວັນທີ
23/05/2011 ໂດຍການນຳໃຊ້ເຕັກໂນໂລຊີ DirectX 12 ແລະ OpenGL graphic APIs.
-
RPCS3 ຖືກສ້າງ
ແລະ ກວດແກ້ໂດຍກຸ່ມນັກພັດທະນາໄດ້ດິນທີ່ອຸທິດຕົນດ້ວຍຄວາມຮັກທີ່ມີຕໍ່ເກມຈົນຢາກສ້າງໂຄງການນີ້ໃຫ້ເປັນປະກົດການ
-
RPCS3 ຖືກພັດທະນາ
ແລະ ກວດແກ້ໃຫ້ມີຄວາມສາມາດກ້າວໜ້າເພີ່ມຂື້ນເລື້ອຍໆ ໂດຍເລີ່ມຈາກການປະມວນຜົນເກມ PS3
ແບບ Demo ໄດ້ຢ່າງດຽວ
ຈົນຕອນນີ້ສາມາດປະມວນຜົນເກມແບບ Commercial (ເກມທີ່ຖືກວາງຂາຍໃນຮູບແບບແຜ່ນ Blue-Ray) ແລະ ລວມເຖິງປະມວນຜົນຊຸດເຄື່ອງມືພັດທະນາ
PS3 SDK ໄດ້.
-
ໃນເດືອນເມສາ
ປີ 2017 ທີ່ຜ່ານມານີ້ ບັນດາກຸ່ມນັກພັດທະນາໄດ້ລາຍງານຂ່າວດີ
ແລະ ສິ່ງທີ່ໜ້າສົນໃຈວ່າ RPCS3 ສາມາດຮອງຮັບການຫຼິ້ນເກມ PS3
ຕ່າງໆໄດ້ຫຼາຍຂື້ນ
-
ໃນລາຍງານລ່າສຸດ
ມີການລາຍງານວ່າ ນັກພັດທະນາປະມານ 18 ຄົນໄດ້ມີການດັດແປງ
ແລະ ແກ້ໄຂ RPCS3 ປະມານ 104 ຄັ້ງ ເຊິ່ງໄດ້ມີການຂຽນໂປຣແກຣມເຂົ້າໃສ່
Source Code ຕື່ມຈຳນວນ 9621 ແຖວ ແລະ
ລຶບ Source Code ເກົ່າບາງສ່ວນອອກຈຳນວນ 1904 ແຖວ
-
ຕາຕະລາງຂ້າງລຸ່ມນີ້
ແມ່ນຂໍ້ມູນລາຍງານຈຳນວນເກມ PS3 ທີ່ໄດ້ທົດສອບຜ່ານການຫຼິ້ນໂດຍໃຊ້
RPCS3 ເຊິ່ງບັນດານັກພັດທະນາໄດ້ທຳການທົດສອບເຖິງ 2175 ເກມໃນຊ່ວງເດືອນເມສາ ຫາ ເດືອນພຶດສະພາ ປີ 2017 ນີ້
ເຊີ່ງແບ່ງການຮອງຮັບອອກເປັນ 5 ກຸ່ມ (ສາມາດຫຼິ້ນໄດ້ດີຈົນຈົບ,
ຫຼິ້ນໄດ້ແຕ່ຄ້າງໃນເກມ, ເຂົ້າໄດ້ຮອດແຕ່ໜ້າທຳອິດ
, ສາມາດໂຫຼດໄດ້ແຕ່ຫຼິ້ນບໍ່ໄດ້, ຫຼິ້ນບໍ່ໄດ້ເລີຍ)
|
|
ເດືອນພຶດສະພາ 2017
|
ເດືອນເມສາ2017
|
% ຄວາມແຕກຕ່າງສຳລັບຄວາມກ້າວໜ້າ
|
|
ສາມາດຫຼິ້ນໄດ້ດີຈົນຈົບ
|
173
|
147
|
0.77 %
|
|
ຫຼິ້ນໄດ້ແຕ່ຄ້າງໃນເກມ
|
543
|
504
|
0.33 %
|
|
ເຂົ້າໄດ້ຮອດແຕ່ໜ້າທຳອິດ
|
679
|
668
|
-1.43 %
|
|
ສາມາດໂຫຼດໄດ້ແຕ່ຫຼິ້ນບໍ່ໄດ້
|
372
|
354
|
-0.20 %
|
|
ຫຼິ້ນບໍ່ໄດ້ເລີຍ
|
408
|
373
|
0.53 %
|
|
ລວງທັງໝົດ
|
2175
|
2046
|
129
|
- ສະຫຼຸບແລ້ວ Emulator ສຳລັບຫຼິ້ນເກມ PS3 ເທິງຄອມພິວເຕີ້ທີ່ຊື່ວ່າ RPCS3 ນີ້ ສາມາດຮອງຮັບການຫຼິ້ນເກມໄດ້ຫຼາຍຂຶ້ນ ແຕ່ເຖິງຢ່າງໃດກໍຕາມ RPCS3 ຍັງບໍ່ສາມາດທົດແທນຄວາມສົມບູນແບບຂອງເຄື່ອງເກມ PS3 ໄດ້ ແລະ RPCS3 ເອງກໍຕ້ອງການຄອມພິວເຕີ້ທີ່ສະເປັກສູງຫຼາຍ ບໍ່ວ່າຈະເປັນ RAM, CPU, Graphic Card (ກາດຈໍ) ໂດຍສະເພາະ CPU ທີ່ຕ້ອງສູງເປັນພິເສດ ເພາະວ່າ Emulator ທຸກຊະນິດຈະປະມວນຜົນຜ່ານ CPU ເປັນຫຼັກ ແຕກຕ່າງຈາກເກມຄອມພິວເຕີ້ທີ່ປະມວນຜົນໂດຍໃຊ້ Graphic Card (ກາດຈໍ) ເປັນຫຼັກ ນີ້ແມ່ນຍ້ອນວ່າ ເຄື່ອງເກມ PS3 ເປັນເຄື່ອງເກມທີ່ມີສະເປັກເຄື່ອງສູງຢູ່ແລ້ວ ຍິ່ງຖ້າຖືກນຳມາສ້າງເປັນ Emulator ແບບນີ້ ເຄື່ອງຄອມພິວເຕິ້ທີ່ຈະຈຳລອງ ແລະ ປະມວນຜົນລະບົບເກມ PS3 ຍິ່ງຈະສູງຂຶ້ນຕາມໆກັນ
-
ຫວັງວ່ານີ້ຈະເປັນຂ່າວດີ
ແລະ ເປັນຄວາມຮູ້ໃຫ້ກັບຫຼາຍໆຄົນທີ່ມັກຫຼິ້ນເກມ Console ຫຼື ບຸກຄົນທົ່ວໄປທີ່ສົນໃຈຕິດຕາມຂ່າວສານໃໝ່ໆ ຖ້າຫາກມີຄວາມຄືບໜ້າກ່ຽວກັບ RPCS3
ເຄື່ອນໄຫວຢ່າງໃດ ແອັດມິນຈະນຳມາລາຍງານຕໍ່ເດີ້ ຂອບໃຈສຳລັບການຕິດຕາມ
ແລະ ຂໍໂທດທີ່ຫຼັງໆມາບໍ່ຄ່ອຍໄດ້ອັບເດດຂ່າວສານໃຫ້ແຕ່ລະຄົນໄດ້ຊາບປານໃດ
ເພາະວ່າວຽກປະຈຳຕອນນີ້ຫຍຸ້ງຫຼາຍຈົນບໍລິຫານເກືອບບໍ່ທັນ
ໂດຍ : Noum Console Paradise
ສາມາດຕິດຕາມເພີ່ມເຕີມໄດ້ທີ່ Facebook Page: Noum Console Paradise