Cover

Cover

Friday, June 23, 2017

RPCS3 ໂປຣແກຣມສຳລັບຫຼິ້ນເກມ PS3 ເທິງຄອມພິວເຕີ້

ຕອນນີ້ເກມ PS3 ສາມາດຫຼິ້ນເທິງເຄື່ອງຄອມພິວເຕີ້ໄດ້ບາງສ່ວນແລ້ວ ໂດຍການນຳໃຊ້ Emulator ທີ່ຊືຶ່ວ່າ RPCS3 ສະນັ້ນ ມື້ນີ້ແອັດມິນຈະພາທຸກຄົນມາຮູ້ຈັກກັບ PS3 Emulator ທີ່ຊື່ວ່າ RPCS3 ນີ້ນຳກັນເລີຍ
ເລີ່ມຕົ້ນດ້ວຍກັບການຮູ້ຈັກກ່ອນວ່າ Emulator ແມ່ນຫຍັງ
-      Emulator ແມ່ນການຈຳລອງ ຫຼື ສ້າງລະບົບໃດໜື່ງໃຫ້ສາມາດປະມວນຜົນເທິງລະບົບອື່ນໄດ້ ຕົວຢ່າງເຊັ່ນ ການສ້າງລະບົບເກມ PS1, PS2, PSP ແລະ ລະບົບເກມອື່ນໆ ໃຫ້ສາມາດຫຼິ້ນເທິງເຄື່ອງຄອມພິວເຕີ້ທົ່ວໄປໄດ້ ບໍ່ວ່າຈະເປັນຄອມພິວເຕີ້ທີ່ມີລະບົບປະຕິບັດການ Windows, Linux ແລະ ອື່ນໆ ເຊິ່ງຂື້ນກັບຜູ້ສ້າງ Emulator ນັ້ນໆວ່າຈະຈຳລອງລະບົບເກມດັ່ງກ່າວໃຫ້ສາມາດຮອງຮັບລະບົບປະຕິບັດການແບບໃດໄດ້ແນ່.
-      Emulator ແມ່ນການສ້າງລະບົບຈຳລອງໃດໜື່ງໃຫ້ຢູ່ໃນຮູບແບບ Software (ໂປຣແກຣມ) ແລ້ວເອົານຳເອົາ Software ດັ່ງກ່າວໄປຕິດຕັ້ງເທິງເຄື່ອງຄອມພິວເຕີ້ແລ້ວຈະເຮັດໃຫ້ເຄື່ອງຄອມພິວເຕີ້ນັ້ນໆ ສາມາດປະມວນຜົນລະບົບດັ່ງກ່າວໄດ້ໂດຍບໍ່ຈຳເປັນຕ້ອງມີອຸປະກອນຂອງລະບົບນັ້ນໆຢ່າງແທ້ຈິງເລີຍ ຕົວຢ່າງເຊັ່ນ ການນຳເອົາໂປຣແກຣມທີ່ຈຳລອງລະບົບເຄື່ອງເກມ PS1, PS2, PSP ໄປຕິດຕັ້ງເທິງເຄື່ອງຄອມພິວເຕີ້ ກໍຈະສາມາດເຮັດໃຫ້ເຮົາຫຼິ້ນເກມ PS1, PS2, PSP ຜ່ານເຄື່ອງຄອມພິວເຕີ້ຂອງເຮົາໄດ້ໂດຍກົງເຊິ່ງເຮັດໃຫ້ເຮົາບໍ່ຈຳເປັນທີ່ຈະຕ້ອງມີເຄື່ອງເກມ PS1, PS2, PSP ເລີຍ.
-      ນອກຈາກນັ້ນ Emulator ບາງຊະນິດ ຍັງສາມາດຕິດຕັ້ງເທິງໂທລະສັບມືຖື ແລະ Tablet ໄດ້ນຳ
RPCS3 ແມ່ນຫຍັງ
-      RPCS3 ແມ່ນ PlayStation 3 Emulator ເຊິ່ງເປັນເປັນ Software (ໂປຣແກຣມ) ທີ່ຈຳລອງລະບົບເຄື່ອງເກມ PlayStation 3 ຂື້ນມາ ເຊິ່ງເຮັດໃຫ້ເຮົາ ສາມາດຫຼິ້ນເກມ PS3 ຜ່ານຄອມພິວເຕີ້ທີ່ຮອງຮັບລະບົບປະຕິບັດການ Windows ແລະ Linux ໄດ້ໂດຍບໍ່ຕ້ອງໃຊ້ເຄື່ອງເກມ PS3 ເລີຍ
-      RPCS3 ແມ່ນ Emulator Software ແບບ Open-Sourced ທີ່ຖືກພັດທະນາຂື້ນລວມທັງກວດແກ້ (Debug) ໂດຍພາສາ C++ ສຳລັບລະບົບປະຕິບັດການ Windows ແລະ Linux. RPCS3 ເລີ່ມຕົ້ນພັດທະນາໃນວັນທີ 23/05/2011 ໂດຍການນຳໃຊ້ເຕັກໂນໂລຊີ DirectX 12 ແລະ OpenGL graphic APIs.
-      RPCS3 ຖືກສ້າງ ແລະ ກວດແກ້ໂດຍກຸ່ມນັກພັດທະນາໄດ້ດິນທີ່ອຸທິດຕົນດ້ວຍຄວາມຮັກທີ່ມີຕໍ່ເກມຈົນຢາກສ້າງໂຄງການນີ້ໃຫ້ເປັນປະກົດການ
-      RPCS3 ຖືກພັດທະນາ ແລະ ກວດແກ້ໃຫ້ມີຄວາມສາມາດກ້າວໜ້າເພີ່ມຂື້ນເລື້ອຍໆ ໂດຍເລີ່ມຈາກການປະມວນຜົນເກມ PS3 ແບບ Demo ໄດ້ຢ່າງດຽວ ຈົນຕອນນີ້ສາມາດປະມວນຜົນເກມແບບ Commercial (ເກມທີ່ຖືກວາງຂາຍໃນຮູບແບບແຜ່ນ Blue-Ray) ແລະ ລວມເຖິງປະມວນຜົນຊຸດເຄື່ອງມືພັດທະນາ PS3 SDK ໄດ້.
-      ໃນເດືອນເມສາ ປີ 2017 ທີ່ຜ່ານມານີ້ ບັນດາກຸ່ມນັກພັດທະນາໄດ້ລາຍງານຂ່າວດີ ແລະ ສິ່ງທີ່ໜ້າສົນໃຈວ່າ RPCS3 ສາມາດຮອງຮັບການຫຼິ້ນເກມ PS3 ຕ່າງໆໄດ້ຫຼາຍຂື້ນ
-      ໃນລາຍງານລ່າສຸດ ມີການລາຍງານວ່າ ນັກພັດທະນາປະມານ 18 ຄົນໄດ້ມີການດັດແປງ ແລະ ແກ້ໄຂ RPCS3 ປະມານ 104 ຄັ້ງ ເຊິ່ງໄດ້ມີການຂຽນໂປຣແກຣມເຂົ້າໃສ່ Source Code ຕື່ມຈຳນວນ 9621 ແຖວ ແລະ ລຶບ Source Code ເກົ່າບາງສ່ວນອອກຈຳນວນ 1904 ແຖວ
-      ຕາຕະລາງຂ້າງລຸ່ມນີ້ ແມ່ນຂໍ້ມູນລາຍງານຈຳນວນເກມ PS3 ທີ່ໄດ້ທົດສອບຜ່ານການຫຼິ້ນໂດຍໃຊ້ RPCS3 ເຊິ່ງບັນດານັກພັດທະນາໄດ້ທຳການທົດສອບເຖິງ 2175 ເກມໃນຊ່ວງເດືອນເມສາ ຫາ ເດືອນພຶດສະພາ ປີ 2017 ນີ້ ເຊີ່ງແບ່ງການຮອງຮັບອອກເປັນ 5 ກຸ່ມ (ສາມາດຫຼິ້ນໄດ້ດີຈົນຈົບ, ຫຼິ້ນໄດ້ແຕ່ຄ້າງໃນເກມ, ເຂົ້າໄດ້ຮອດແຕ່ໜ້າທຳອິດ , ສາມາດໂຫຼດໄດ້ແຕ່ຫຼິ້ນບໍ່ໄດ້, ຫຼິ້ນບໍ່ໄດ້ເລີຍ)


ເດືອນພຶດສະພາ 2017
ເດືອນເມສາ2017
% ຄວາມແຕກຕ່າງສຳລັບຄວາມກ້າວໜ້າ
ສາມາດຫຼິ້ນໄດ້ດີຈົນຈົບ
173
147
0.77 %
ຫຼິ້ນໄດ້ແຕ່ຄ້າງໃນເກມ
543
504
0.33 %
ເຂົ້າໄດ້ຮອດແຕ່ໜ້າທຳອິດ
679
668
-1.43 %
ສາມາດໂຫຼດໄດ້ແຕ່ຫຼິ້ນບໍ່ໄດ້
372
354
-0.20 %
ຫຼິ້ນບໍ່ໄດ້ເລີຍ
408
373
0.53 %
ລວງທັງໝົດ
2175
2046
129

-     
ສະຫຼຸບແລ້ວ Emulator ສຳລັບຫຼິ້ນເກມ PS3 ເທິງຄອມພິວເຕີ້ທີ່ຊື່ວ່າ RPCS3 ນີ້ ສາມາດຮອງຮັບການຫຼິ້ນເກມໄດ້ຫຼາຍຂຶ້ນ ແຕ່ເຖິງຢ່າງໃດກໍຕາມ RPCS3 ຍັງບໍ່ສາມາດທົດແທນຄວາມສົມບູນແບບຂອງເຄື່ອງເກມ PS3 ໄດ້ ແລະ RPCS3 ເອງກໍຕ້ອງການຄອມພິວເຕີ້ທີ່ສະເປັກສູງຫຼາຍ ບໍ່ວ່າຈະເປັນ RAM, CPU, Graphic Card (ກາດຈໍ) ໂດຍສະເພາະ CPU ທີ່ຕ້ອງສູງເປັນພິເສດ ເພາະວ່າ Emulator ທຸກຊະນິດຈະປະມວນຜົນຜ່ານ CPU ເປັນຫຼັກ ແຕກຕ່າງຈາກເກມຄອມພິວເຕີ້ທີ່ປະມວນຜົນໂດຍໃຊ້ Graphic Card (ກາດຈໍ) ເປັນຫຼັກ ນີ້ແມ່ນຍ້ອນວ່າ ເຄື່ອງເກມ PS3 ເປັນເຄື່ອງເກມທີ່ມີສະເປັກເຄື່ອງສູງຢູ່ແລ້ວ ຍິ່ງຖ້າຖືກນຳມາສ້າງເປັນ Emulator ແບບນີ້ ເຄື່ອງຄອມພິວເຕິ້ທີ່ຈະຈຳລອງ ແລະ ປະມວນຜົນລະບົບເກມ PS3 ຍິ່ງຈະສູງຂຶ້ນຕາມໆກັນ
-      ຫວັງວ່ານີ້ຈະເປັນຂ່າວດີ ແລະ ເປັນຄວາມຮູ້ໃຫ້ກັບຫຼາຍໆຄົນທີ່ມັກຫຼິ້ນເກມ Console ຫຼື ບຸກຄົນທົ່ວໄປທີ່ສົນໃຈຕິດຕາມຂ່າວສານໃໝ່ໆ ຖ້າຫາກມີຄວາມຄືບໜ້າກ່ຽວກັບ RPCS3 ເຄື່ອນໄຫວຢ່າງໃດ ແອັດມິນຈະນຳມາລາຍງານຕໍ່ເດີ້ ຂອບໃຈສຳລັບການຕິດຕາມ ແລະ ຂໍໂທດທີ່ຫຼັງໆມາບໍ່ຄ່ອຍໄດ້ອັບເດດຂ່າວສານໃຫ້ແຕ່ລະຄົນໄດ້ຊາບປານໃດ ເພາະວ່າວຽກປະຈຳຕອນນີ້ຫຍຸ້ງຫຼາຍຈົນບໍລິຫານເກືອບບໍ່ທັນ
ໂດຍ : Noum Console Paradise
ສາມາດຕິດຕາມເພີ່ມເຕີມໄດ້ທີ່ Facebook Page: Noum Console Paradise


Tuesday, August 19, 2014

ຫຼິ້ນເກມ PSP ເທິງ Mac


ສະບາຍດີອ້າຍນ້ອງທຸກຄົນ ມື້ນີ້ Admin Sinh ຈະມາແນະນຳວິທີຫຼິ້ນເກມ PSP ເທິງ Mac. ຈະເປັນແນວໃດນັ້ນຕິດຕາມອ່ານກັນໄດ້ເລີຍ.

ສິ່ງທີ່ເຮົາຕ້ອງກຽມແມ່ນ
  1. ໂປຣແກຣມ PPSSPP ສຳລັບ Windows ດາວໂຫຼດ
  2. ໂປຣແກຣມ WineBottler ສຳລັບເປີດໂປຣແກຣມຂອງ Windows ເທິງ Mac ດາວໂຫຼດ
  3. ໄຟລເກມ PSP ແບບ .iso
  4. ມືເກມ PS2 ຫຼື PS3 (ສຳລັບມືເກມ PS2 ຕ້ອງມີ Converter ດັ່ງຮູບຂ້າງລຸ່ມ)
PS2 Controller Converter

ຫຼັງຈາກກຽມແລ້ວໃຫ້ເຮົາທຳການຕິດຕັ້ງ WineBottler ໃຫ້ຮຽບຮ້ອຍ. ຈາກນັ້ນແຕກ file PPSSPP ອອກມາແລ້ວນຳເອົາ Folder PPSSPP ໄປໄວ້ໃນ Applications ຕາມຮູບ
ຈາກນັ້ນເຂົ້າໄປໃນ Folder PPSSPP ແລ້ວຄຣິກຂາວໃສ່ PPSSPPWindows.exe ແລ້ວເລືອກ Make Alias ເພື່ອສ້າງ Alias ຢູ່ໜ້າ Desktop (ໃນພາສາ Windows ແມ່ນ Shortcut)

ຕໍ່ມາໃຫ້ເຮົາສ້າງ Folder ໜຶ່ງຂຶ້ນມາຢູ່ໜ້າ Desktop ແລ້ວໃສ່ຊື່ PSP Games ຈາກນັ້ນກໍ່ເອົາ ໄຟລເກມ PSP ໃສ່ໃນນັ້ນ

ເຊື່ອມຕໍ່ມື PS2 ຫຼື PS3 ໃສ່ Mac. ສຳລັບມືເກມ PS3 ໃຫ້ເຮົາຕໍ່ສາຍ USB ໃສ່ກັບ Mac ແລ້ວໄປເປີດ Bluetooth ຂອງ Mac.
ຈາກນັ້ນກົດປຸ່ມ Plastation ຢູມື PS3 ຄ້າງໄວ້ປະມານ 2 ວິນາທີ ແລ້ວຖອດສາຍ USB ອອກ. ເຮົາຈະສັງເກດເຫັນ icon ຂອງ Bluetooth ແມ່ນໄດ້ເຊື່ອມຕໍ່ກັບມືເກມ PS3 ເປັນທີ່ຮຽບຮ້ອຍແລ້ວ.
ຕໍ່ມາໃຫ້ເຮົາເປີດ PPSSPPWindows.exe ຢູ່ໜ້າ Desktop ທີ່ເຮົາໄດ້ສ້າງ Alias ໄວ້ ເພື່ອເປີດໂປແກຣມ PPSSPP.

ຈາກນັ້ນກຳນົດໃຫ້ໂປຣແກຣມວ່າຈະໂຫຼດເກມຈາກ Folder PSP Games ທີ່ເຮົາສ້າງໄວ້ຢູ່ Desktop ໂດຍກົດໃສ່ z:/users/ຊື່ຂອງ Mac ເຮົາ/Desktop/PSP Games. ແລ້ວເຮົາກໍ່ຈະເຫັນເກມເຮົາປະກົດຂຶ້ນ.

ສຳລັບການຕັ້ງຄ່າການຄວບຄຸມແມ່ນເຂົ້າໄປທີ່ Settinng>Controls> Control mapping. ຈາກນັ້ນກໍ່ຕັ້ງຄ່າຕາມມືເກມ. ຕົວຢ່າງເຮົາເອົາ mouse ໄປກົດໃສ X ຫຼັງຈານນັ້ນກໍ່ກົດ X ຢູ່ມືເກມນຳ. ເຮັດໄປເລື້ອຍໆຈົນຄົບໝົດທຸກປຸ່ມ. ຈາກນັ້ນກໍ່ກັບຄືນໄປຫາເກມ ແລ້ວກໍ່ກົດຫຼິ້ນເກມໄດ້ເລຍ.
ວິດີໂດຕົວຢ່າງ
Credit: Donenoun-IT

Thursday, July 31, 2014

ວິທີລົງເກມ PS2 ໃສ່ USB ຫຼື External Hard Disk

ສະບາຍດີທຸກຄົນ ມື້ນີ້ Admin ຈະມາແນະນຳວິທີລົງເກມ PS2 ໃສ່ USB ຫຼື External Hard Disk ສຳລັບເຄື່ອງ PS2 ທີ່ເຈວເບຣກ ແລະ ຝັງຊິບແລ້ວ.
ກ່ອນອື່ນໝົດເຮົາຕ້ອງກຽມເຄື່ອງມືກ່ອນເນາະເຊິ່ງຈະມີ
  1. USB ຫຼື External Hard Disk ໃຫ້ Format ເປັນ Fat32 ກ່ອນເດີ້
  2. USBUtil ດາວໂຫຼດ
  3. 7zip ດາວໂຫຼດ
  4. ແຜ່ນເກມ PS2 ຫຼືຈະເປັນແບບ .iso ກໍ່ໄດ້
 ເອົາລະ! ເມື່ອກຽມເຄື່ອງມືຮຽບຮ້ອຍແລ້ວເຮົາມາເລີ່ມກັນເລີຍ
  1. ແຕກ USBUtil ອອກມາ ແລະ ຕິດຕັ້ງ 7zip ໃຫ້ຮຽນຮ້ອຍ.
  2. ສຽບ USB ຫຼື External Hard Disk ເຂົ້າກັບຄອມພິວເຕິ້
  3. ສ້າງ Floder ຂຶ້ນມາ 3 ອັນ ແລ້ວປ່ຽນຊື່ເປັນ ART, CD, DVD ຕາມລຳດັບ Folder.
  4. ນຳເອົາ file ເກມ PS2 ທີ່ເປັນ .iso ໄປໃສ່ໃນ Folder CD ກໍລະນີ .iso ສ້າງມາຈາກ CD. ຖ້າ .iso ສ້າງມາຈາກ DVD ກໍ່ເອົາໄປໃສ່ໃນ Folder DVD.
  5. ໃນກໍລະນີເກມເຮົາເປັນແຜ່ນ ໃຫ້ເຮົາໃຊ້ໂປແກຣມ USBUtil ເພື່ອສ້າງ .iso ຈາກແຜ່ນເກມ. ຫຼັງຈາກນັ້ນເປີດໂປແກຣມ USBUtil ຂຶ້ນມາແລ້ວກົດໃສ່ Close.
  6. ຈາກນັ້ນກົດໃສ່ File ແລ້ວເລືອກ Create [GAME/ISO] from CD/DVD ແລ້ວກົດໃສ່ Close
  7. ໃຫ້ເຮົາຕັ້ງຄ່າໂດຍ Media type [GAME] ໃຫ້ເລືອກເປັນ AUTO. ສ່ວນ Patch to [GAME/ISO] ໃຫ້ປະໄວ້. ສຳລັບ Extract as: ແມ່ນໃຫ້ເລືອກ ISO, ກໍລະນີເກມເຮົາຫຼາຍກວ່າ 4GB ຂຶ້ນໄປແມ່ນໃຫ້ເລືອກ GAME ເພາະວ່າ Fat32 ຮອງຮັບ file ໄດ້ໃຫຍ່ສູດແຕ່ 4GB ເທົ່ານັ້ນ. ຕໍ່ມາ Destination ແມ່ນໃຫ້ເລືອກວ່າເຮົາຈະເກັບ .iso ໄວ້ບ່ອນໃດ, ໂດຍປົກກະຕິແມ່ນ Folder CD ແລະ DVD ທີ່ເຮົາສ້າງໄວ້ກ່ອນໜ້ານີ້. ແຕ່ຖ້າເຮົາ Extract as GAME ແມ່ນໃຫ້ເລືອກຊ່ອງ External Hard Disk ຫຼື USB ເຮົາເລີຍ (ບໍ່ຕ້ອງເລືອກ Folder ໃດເລີຍ). ໃນຊ່ອງ Name to GAME/ISO ແມ່ນໃຫ້ເຮົາຂຽນຊື່ເກມໃສ່. ຫຼັງຈາກຕັ້ງຄ່າຮຽບຮ້ອຍແລ້ວໃຫ້ກົດໃສ່ Creat ແລ້ວລໍຖ້າໃຫ້ໂປແກຣມສ້າງ .iso ຫຼື GAME ຈົນແລ້ວ.
  8. ຂັ້ນຕອນນີ້ສະເພາະ .iso ໃຫ້ເຮົາຄຣິກຂວາໃສ່ .iso ແລ້ວເລືອກ 7-Zip > Open archive
  9. ຫຼັງຈາກນັ້ນໃຫ້ເຮົາສັງເກດເບຶ່ງ file Region Code ດັ່ງຮຼບຂ້າງລູ່ມ
  10. ໃຫ້ເຮົາຄັດລອກຊື່ແລ້ວເອົາໄປວາງທາງໜ້ຂອງ file iso ຕາມດ້ວຍຈ້ຳເມັດຕາມຮູບຂ້າງລຸ່ມ. ເທົ່ານີ້ ເຮົາກໍ່ສາມາດເອົາ USB ຫຼື External HDD ທີ່ເຮົາລົງເກມ PS2 ໄປຫຼິ້ນກັບເຄື່ອງທີ່ເຈວເບຣກ ຫຼື ຝັງຊິບໄດ້ເລີຍ.

ລາຄາເຄື່ອງເກມ Play Station 2 ຖືກປັບໃຫ້ແພງຂື້ນ

ປະກາດເຖິງອ້າຍນ້ອງ Gamer ທຸກໆຄົນ

ຫຼັງຈາກທີ່ Sony ໄດ້ປະກາດຢຸດສາຍການຜະລິດ PS2 ໄປແລ້ວນັ້ນ ຕອນນີ້ລາຄາເຄື່ອງເກມ PS2 ໄດ້ມີລາຄາແພງຂື້ນກວ່າເກົ່າເລື້ອຍໆ ບໍ່ວ່າຈະເປັນໂຕເຄື່ອງເກມເອງ, ມືເກມ(Joy), Memory ແລະ ຫົວອ່ານ ຕ່າງກໍຖືກປັບລາຄາໃຫ້ແພງຂື້ນ ເລີ່ມຈາກທີ່ປະເທດຍີ່ປຸ່ນທີ່ເປັນປະເທດທຳອິດທີ່ປັບລາຄາ PS2 ໃຫ້ແພງຂື້ນ ຕໍ່ມາກໍແມ່ນຈີນ ຕອນນີ້ກໍແມ່ນໄທ Admin ເຊື່ອວ່າຢູ່ລາວກໍຄົງຈະຖືກປັບຂຶ້ນເຊັ່ນດຽວກັນ ເພາະວ່າລາວເຮົາຮັບເຄື່ອງມາຈາກໄທແລະຈີນເປັນສ່ວນໃຫຍ່

ສາເຫດທີ່ເຮັດໃຫ້ລາຄາ  PS2 ແພງຂື້ນນີ້ ຍ້ອນວ່າ Gamer ພາກັນແຫ່ຊື້ມາເກັບສະສົມໄວ້ ກ່ອນທີ່ມັນຈະບໍ່ມືໃຫ້ຊື້ອີກ ນອກຈາກນັ້ນກໍແມ່ນເອົາໄວ້ຫຼິ້ນເກມເກົ່າໆ ເພາະວ່າເກມມ່ວນໆຂອງ PS2 ຍັງມີຢູ່ຫຼາຍເຖິງວ່າຈະບໍ່ມີເກມ PS2 ໃຫມ່ໆອອກມາແລ້ວກໍຕາມ

ນີ້ເປັນບົດພິສູດວ່າ PS2 ຍັງຄົງມີຄຸນຄ່າຕໍ່ທາງດ້ານການຕະຫຼາດແລະຄຸນຄ່າທາງຈິດໃຈແກ່ Gamer ສະເໝີ

ສະນັ້ນ ຖ້າຜູ້ໃດທີ່ຍັງມີເຄື່ອງເກມ PS2 ຢູ່ Admin ແນະນຳໃຫ້ທ່ານຈົ່ງເກັບຮັກສາໄວ້ໃຫ້ດີໆບໍ່ຄວນຂາຍຕໍ່ໃຫ້ຜູ້ໃດ ເພາະວ່າທ່ານອາດຈະບໍ່ສາມາດຫາມັນໄດ້ໃນອະນາຄົດໃນຍາມທີ່ທ່ານຕ້ອງການຫຼິ້ນອີກຄັ້ງໜື່ງ ສ່ວນຜູ້ທີ່ມີຄວາມຄິດຢາກຊື້ນັ້ນ Admin ແນະນຳໃຫ້ຊື້ໄວ້ຕອນນີ້ເລຍເພາະວ່າລາຄາຈະແພງເມືອໜ້າເລື້ອຍໆ ຍິ່ງໄປກວ່ານັ້ນ ຖ້າມື້ໃດຮ້ານເກມຕ່າງໆຂາຍເຄື່ອງເກມ PS2 ອອກໄປຈົນໝົດຄັງສິນຄ້າແລ້ວຕອນນັ້ນຈະເປັນການຍາກຖ້າທ່ານຈະຫາຊື້ມາເກັບໄວ້ຈັກເຄື່ອງໜື່ງ Admin ເຂົ້າໃຈວ່າເຄື່ອງ PS2 ເປັນເຄື່ອງເກມທີ່ຂ້ອນຂ້າງເກົ່າແຕ່ວ່າເກມມ່ວນໆຂອງ PS2 ນັ້ນມັນຍັງມີອີກຫຼາຍອີ່ຫຼີ

ອ້າງອິງຈາກ IT Media ປະເທດຈີນ ແລະ ການທີ່ໄດ້ໄປຍ່າງເລາະສຳຫຼວດຕາມຮ້ານເກມຕ່າງໆໃນປະເທດໄທຂອງ Admin ເອງ

Wednesday, July 30, 2014

ປ່ຽນ iPhone, iPod Toch ໃຫ້ເປັນເຄື່ອງຫຼິ້ນເກມ PSP

ມື້ນີ້ Admin Sinh ຈະມາແນະນຳ ແລະ ບອກວິທີຕິດຕັ້ງໂປຣແກຣມທີ່ເຮັດໃຫ້ iPhone ແລະ iPod Touch ທີ່ເຮົາເຈວແລ້ວນັ້ນ ສາມາດຫຼິ້ນເກມ PSP ໄດ້. ຈະເປັນແນວໃດນັ້ນ ຕິດຕາມອ່ານໄດ້ເລີຍເນາະ.

ສຳລັບໂປຣແກຣມທີ່ເຮັດໃຫ້ iPhone ຫຼື iPod ເຮົາຫຼິ້ນເກມ PSP ໄດ້ນັ້ນມີຊື່ວ່າ PPSSPP ເຊິ່ງວິທີ່ການຕິດຕັ້ງມີດັ່ງນີ້:
1. ເຂົ້າໄປເພີ່ມ source ຢູ່ Cydia ໂດຍໄປທີ່ Manage > Sources > Edit > Add ແລ້ວໃສ່ cydia.angelxwind.net ຈາກນັ້ນກໍ່ເພີ່ມອິກ source ຫນຶ່ງ repo.insanelyi.com ຕາມຮູບ
              
2. ຫຼັງຈາກເພີ່ມ source ຮຽບຮ້ອຍແລ້ວ ໃຫ້ເຮົາໄປ Search ແລ້ວພິມຊື່ໂປຣແກຣມ PPSSPP (Stable) ແລະ iFile ແລ້ວຕິດຕັ້ງທັງສອງໂປຣແກຣມນີ້
3. ຂັ້ນຕອນນີ້ເຮົາຕ້ອງເຊື່ອຕໍ່ iPhone ຫຼື iPod ແລະ Computer ເຂົ້າກັບສັນຍານ wifi ເພື່ອອັບໂຫຼດ file ເກມ PSP ເຊິ່ງເປັນ .iso ທີ່ເຮົາໄດ້ດາວໂຫຼດມາໄວ້ໃນຄອມເຂົ້າໄປໃນຫນ່ວຍ iPhone. ໃຫ້ເຮົາເປີດ iFile ຂຶ້ນມາແລ້ວກົດໃສ່ສັນຍານ wifi ດ້ານລຸ່ມ. ແລ້ວສັງເກດເບິ່ງ ip ແຖວສຸດທ້າຍ.
4. ຈາກນັ້ນໃຫ້ພິມ ip ດັ່ງກ່າວໃສ່ web Browser ຢູ່ໃນຄອມ ແລ້ວຈະເຫັນມີຫຼາຍ Floder ປະກົດຂຶ້ນ. ໃຫ້ເຮົາເຂົ້າໄປທີ່ user > Documents > PSP ແລ້ວກົດ Choose File ເພື່ອເລືອກເກມທີ່ເຮົາຈະອັບໂຫຼດ. ຫຼັງຈາກນັ້ນກໍ່ກົດ Upload ແລ້ວກໍ່ລໍຖ້າ. ເຮົາສາມາສັງເກດເບິ່ງຢູ່ iPhone ຫຼື iPod ເຊິ່ງກຳລັງມີການດາວໂຫຼດ file ທີ່ເຮົາອັບໂຫຼດ ໂດຍມີເປີເຊັນບອກຢູ່ດ້ານລຸ່ມ. ເມື່ອອັບແລ້ວກໍ່ກົດ Done ແລ້ວປິດ iFile ໄດ້ເລີຍ.
5. ສຸດທ້າຍເຮົາກໍ່ເປີດ PPSSPP ເພື່ອຫຼິ້ນເກມ ກົດໃສ່ PSP ຢູ່ແຖວທາງກາງແລ້ວກໍ່ຈະເຫັນເກມ
ຈາກນັ້ນກໍ່ກົດໃສເກມເພື່ອຫຼິ້ນ.
ເກມບາງເກມອາດຈະຊ້າ ຫຼື ໄວ ເວລາຫຼິ້ນ ເຊິ່ງຂຶ້ນຢູ່ກັບເກມ ແລະ ການຕັ້ງຄ່າ.
Credit: Donenoun-IT

ເລືອກຊື້ External Hard Disk ສຳລັບ PS2 ແລະ PS3

ສຳລັບໃຜທີ່ກຳລັງຊອກຊື້ External Hard Disk ສຳລັບໃສ່ເກມ PS2 ຫຼື PS3 ຢູ່ ມື້ນີ້ Admin Sinh ຈະມາແນະນຳວິທີການເລືອກຊື້ ເຊິ່ງຈະເປັນແນວໃດນັ້ນຕິດຕາມອ່ານໄດ້ເລີຍເນາະ.

ປັດຈຸບັນນີ້ External Hard Disk ສ່ວນຫຼາຍທີ່ຂາຍຕາມທ້ອງຕະຫຼາດຈະເປັນ USB 3.0 ສັງເກດເບິ່ງທາງປາຍຂອງສາຍຕໍ່ USB ຈະເປັນສີຟ້າ ສ່ວນລະບົບເກັບຂໍ້ມູນຈະເປັນແບບ NTFS ເຊິ່ງການໂອນຖ່າຍຂໍ້ມູນໄວກວ່າ USB 2.0 ຫຼາຍເທົ່າ. ໃນທາງກັບກັນ, PS2 & PS3 ຮອງຮັບສະເພາະແຕ່ USB 2.0 ແລະ ລະບົບເກັບຂໍ້ມູນແບບ FAT32 ເທົ່ານັ້ນ. ສະນັ້ນກ່ອນເຮົາຈະຊື້ External Hard Disk ໃຫ້ສັງເກດເບິ່ງດັ່ງນີ້:

  1. ຂ້າງກ່ອງ ຫຼືສາຍຕໍ່ USB ທີ່ຢູ່ໃນກ່ອງຈະມີ Sticker ເຊິ່ງຈະຂຽນວ່າ "Compatible with USB 2.0" ສະແດງວ່າຮອງຮັບ USB 2.0 ສ່ວນລະບົບເກັບຂໍ້ມູນນັ້ນ ເຮົາພຽງແຕ່ເອົາມາ Format ຢູ່ Computer ແລ້ວປ່ຽນເປັນ FAT32. ພຽງເທົ່ານີ້ External Hard Disk ຂອງເຮົາກໍ່ໃຊ້ໄດ້ກັບ PS2 & PS3.
  2. ຄວາມຈຸຂອງ External Hard Disk ດຽວນີ້ມີຕັ້ງແຕ່ 500GB ຫາ 2TB. ສຳລັບ PS2 ຄວນໃຊ້ 500GB ກໍ່ພໍແລ້ວ ເພາະວ່າເກມໜຶ່ງຈະກິນເນື້ອທີ່ປະມານ 2 - 4.5GB. ແຕ່ສຳລັບ PS3 ແລ້ວ ຄວນຈະໃຊ້ 1TB ຂຶ້ນໄປ ເພາະເກມໜຶ່ງກິນເນື້ອທີ່ປະມານ 3 - 40GB.


ສຳລັບ External Hard Disk ທີ່ຢາກຈະແນະນຳຈາກປະສົບການແມ່ນ WD Elements.
Credit: Donenoun-IT

ເກມແນະນຳສຳລັບ PS2

ສະບາຍດີ ມື້ນີ້ Admin ຢາກຈະມາແນະນຳເກມຂອງ Play Station 2 ທີ່ໜ້າສົນໃຈມາໃຫ້ພວກເຮົາອ້າຍນ້ອງ Gamer ໄດ້ຮູ້ຈັກນຳກັນ

ດັ່ງທີ່ພວກເຮົາຫຼາຍຄົນໄດ້ຮູ້ກັນວ່າ ເຄື່ອງເກມ Play Station 2 ເປັນເຄື່ອງເກມ Console ທີ່ຂ້ອນຂ້າງເກົ່າແລະຖືກຜະລິດມາດົນແລ້ວ ຈົນຕອນນີ້ມີເຄື່ອງເກມປະເພດ Console ທີ່ໃໝ່ກວ່າເຊິ່ງມາພ້ອມກັບເຕັກໂນໂລຊີທີ່ທັນສະໄໝກວ່າໄດ້ອອກມາສູ່ຕະຫຼາດເກມຫຼາຍແບບບໍ່ຂາດສາຍ ແຕ່ຢ່າງໃດກໍຕາມ Admin ເຊື່ອວ່າຍັງມີ Gamer ຫຼາຍຄົນທີ່ຍັງມັກຫຼິ້ນເກມ Play Station 2 ຢູ່ ໃນນີ້ກໍລວມທັງ Admin ເອງທີ່ຍັງມີຄວາມມັກແລະຍັງຄົງຫຼິ້ນເກມ Play Station 2 ຈົນເຖິງທຸກວັນນີ້
ເຖິງແມ່ນວ່າປັດຈຸບັນ ທາງບໍລິສັດ Sony ໄດ້ພັດທະນາເຄື່ອງເກມປະເພດ Console ມາເຖິງ Play Station 4 ແລ້ວ ແລະໄດ້ຢຸດສາຍການຜະລິດຂອງ Play Station 2 ໄປແລ້ວກໍ່ຕາມ ສຳລັບ Admin ແລ້ວ ດ້ວຍຄວາມເປັນ Gamer ບໍ່ເຄຍຄິດວ່າ  Play Station 2 ລ່າສະໄໝເລຍ ກົງກັນຂ້າມພັດເປັນເຄື່ອງເກມທີ່ຍັງໃຫ້ຄວາມມ່ວນຊື່ນສະເໝີທຸກຄັ້ງທີ່ໄດ້ຈັບມາຫຼິ້ນ

ປະຫວັດເຄື່ອງເກມ Play Station 2 ໂດຍຫຍໍ້


Play Station 2 ແມ່ນເຄື່ອງເກມປະເພດ Console ທີ່ຖືກພັດທະນາແລະຜະລິດຂື້ນໂດຍບໍລິສັດ Sony Computer Entertainment ເຊິ່ງເປັນຍັກໃຫຍ່ລະດັບໂລກໃນວົງການອຸດສາຫະກຳເຕັກໂນໂລຊີທີ່ພວກເຮົາທຸກຄົນຄຸ້ນເຄຍກັນດີ

Play Station 2 ໄດ້ຖືກວາງຂາຍສູ່ຕະຫຼາດຄັ້ງທຳອິດໃນວັນທີ 4 ເດືອນ 03 ປີ 2000 ທີ່ປະເທດຍີ່ປຸ່ນ ຕໍ່ມາກໍ່ແມ່ນຖືກວາງຂາຍໃນທະວີບອາເມລິກາເໜືອ ແລະ ເອີຣົບໃນປີດຽວກັນ ກ່ອນທີ່ຈະຖືກວາງຂາຍແລະເປັນທີ່ຮູ້ຈັກກັນທົ່ວໂລກໃນເວລາຕໍ່ມາ

ໃນປີ 2002 ທາງດ້ານບໍລິສັດ Sony Computer Entertainment ໄດ້ຜະລິດ ແລະ ວາງຈຳໜ່າຍຊຸດ Playstation 2 Linux Kit ເຊິ່ງເປັນຊຸດເຄື່ອງມືທີ່ເຮັດໃຫ້ເຄື່ອງເກມ Playstation 2 ສາມາດຕິດຕັ້ງລະບົບປະຕິບັດການ Linux ໄດ້ ນີ້ຖືເປັນການສ້າງນະວັດຕະກຳໃໝ່ໃຫ້ແກ່ເຄື່ອງເກມໃຫ້ສາມາດປະຍຸກໃຊ້ໃຫ້ເປັນເຄື່ອງຄອມພິວເຕີ້ໄດ້ ບໍ່ພຽງແຕ່ເປັນເຄື່ອງທີ່ໃຊ້ຫຼິ້ນເກມຢ່າງດຽວຄືໃນຍຸກທີ່ຜ່ານມາ. ໃນຊຸດ Linux Kit ທີ່ວາງຈຳໜ່າຍນັ້ນ ປະກອບມີ ແຜ່ນ DVD ລະບົບປະຕິບັດການ Linux, USB Keyboard, Mouse, Network Adapter, HDD ຂະໜາດ 40 GB, Memory Card(ກ້ອນເຊັບ), ແລະສາຍຕໍ່ VGA Adapter. Playstation 2 Linux ກາຍເປັນທີ່ສົນໃຈສຳລັບສາວົກ ເກມຄອນໂຊນທັງນັກພັດທະນາ ແລະ ຜູ້ສົນໃຈທົ່ວໄປ. Playstation 2 Linux ນອກຈາກຈະເຮັດໃຫ້ເຄື່ອງ Playstation 2 ສາມາດລົງລະບົບປະຕິບັດການ Linux ໄດ້ຄືກັບເຄື່ອງຄອມພິວເຕີ້ແລ້ວ ຍັງເປີດກວ້າງໃຫ້ນັກພັດທະນາ ສາມາດພັດທະນາເກມ ແລະ ພັດທະນາໂປຣແກຣມຕ່າງໆໃຫ້ແກ່ເຄື່ອງເກມ Playstion 2 ໂດຍນຳໃຊ້ຊຸດ Linux Kit ແບບບໍ່ເສຍຄ່າໃຊ້ຈ່າຍນຳອີກ. Playstation 2 Linux ກາຍເປັນເຄື່ອງມືສຳລັບການຮຽນຮູ້ແກ່ບັນດານັກພັດທະນາທີ່ມີນິໄສຮັກໃນການຂຽນໂປຣແກຣມ ນອກຈາກນັ້ນ ຫຼາຍມະຫາວິທະຍາໄລຍັງໄດ້ນຳໃຊ້ Playstation 2 Linux ເຂົ້າໃນການສິດສອນແກ່ພາກວິຊາພັດທະນາເກມນຳອີກ.






ໃນປີ 2006 ທາງດ້ານບໍລິສັດ Sony Computer Entertainment ໄດ້ຜະລິດເຄື່ອງ Play Station 2 Slim ອອກມາເຊິ່ງມີຂະໜາດທີ່ບາງກວ່າ ນຳ້ໜັກເບົາກວ່າ ພ້ອມກັບມານຳລາຄາທີ່ຖືກກວ່າອອກສູ່ຕະຫຼາດ


ແລະໃນປີ 2006 ນັ້ນ Sony Computer Entertainment ກໍ່ໄດ້ເປີດໂຕຜະລິດຕະພັນໃໝ່ອອກມານັ້ນກໍ່ຄື Play Station 3 ແຕ່ເຖິງວ່າ Play Station 3 ຈະອອກມາສູ່ຕະຫຼາດແຕ່ວ່າເຄື່ອງ Play Station 2ແລະເກມຕ່າງໆຂອງ Play Station 2 ກໍ່ຍັງເປັນທີ່ຂາຍດີທີ່ສຸດໃນເວລານັ້ນ



ໃນວັນທີ 4 ເດືອນ 01 ປີ 2013 Sony Computer Entertainment ໄດ້ປະກາດຢຸດສາຍການຜະລິດເຄື່ອງເກມ Play Station 2 ລົງເຊິ່ງເປັນການປິດຕຳນານການຈຳໜ່າຍເຄື່ອງເກມທີ່ຄອງໃຈຜູ້ຄົນທົ່ວໂລກລົງ

Play Station 2 ໄດ້ກາຍເປັນເຄື່ອງເກມ Console ທີ່ຂາຍດີທີ່ສຸດໃນປະຫວັດສາດຂອງເກມ Console ເຊິ່ງໄດ້ສ້າງສະຖິຕິຍອດຂາຍໄວ້ຫຼາຍກວ່າ 155 ລ້ານເຄື່ອງທົ່ວໂລກ ແລະມີນັກພັດທະນາທີ່ພັດທະນາເກມປ້ອນໃຫ້ເຖິງ 3870 ເກມ

ແຕ່ເຖິງຢ່າງໃດກໍຕາມ ເຄື່ອງ Playstation 2 ກໍຍັງເປັນເຄື່ອງເກມທີ່ຫຼາຍຄົນຖາມຫາເວລາໄປຊື້ເກມ ແລະ ຍັງນິຍົມຫຼິ້ນກັນຕາມບ້ານຈົນເຖິງປະຈຸບັນ ພ້ອມທັງມີຄຸນຄ່າທາງດ້ານຈິດໃຈຢ່າງຍິ່ງສຳລັບບັນດານັກສະສົມ.



ຕໍ່ໄປນີ້ແມ່ນລາຍຊື່ຂອງເກມ Play Station 2 ທີ່ Admin ຢາກຈະມາແນະນຳໃຫ້ພວກເຮົາໄດ້ຮູ້ຈັກກັນ ເຊິ່ງມີທັງເກມດັງໆທີ່ຫຼາຍຄົນຮູ້ຈັກກັນດີແລະເກມທີ່ດີໆແຕ່ຫຼາຍຄົນບໍ່ທັນຮູ້ຈັກ

1. Winning Eleven


ຄົງຈະບໍ່ມີໃຜປະຕິເສດໄດ້ວ່າ Winning Eleven ຫຼື ພວກເຮົາມັກຈະເອີ້ນກັນຈົນຄຸ້ຍເຄຍວ່າເກມ ເຕະບານ ທີ່ຫຼາຍຄົນມັກຈະຫຼິ້ນກັນໃນກຸ່ມເພື່ອນຝູງ ເອົາມາປະລອງກັນໃຫ້ຮູ້ແພ້ຮູ້ຊະນະກັນໄປຂ້າງໜຶ່ງ

ບາງຄົນຊື້ເຄື່ອງເກມ Play Station 2 ມາເພື່ອຫຼິ້ນແຕ່ເກມນີ້ເກມດຽວ Gamer ຫຼາຍຄົນຍົກໃຫ້ Winning Version ຂອງ Play Station 2 ນີ້ເປັນເກມເຕະບານທີ່ດີທີ່ສຸດ ເຖິງແມ່ນວ່າອາດຈະມີບາງສ່ວນທີ່ບໍ່ສົມຈິງປານໃດກໍ່ຕາມ ແຕ່ດ້ວຍມົນສະເໜ່ທີ່ເກມນີ້ມອບໃຫ້ແລ້ວ Winning Eleven PS2 ຍັງຄົງຄອງໃຈ Gamer ຫຼາຍໆຄົນລວມເຖິງ Admin ເອງຈົນເຖິງທຸກມື້ນີ້

2. Pro Evolution Soccer


Pro Evolution Soccer (PES) ກໍ່ເປັນເກມກິລາເຕະບານອີກເກມໜຶ່ງທີ່ຖືກພັດທະນາຕໍ່ມາຈາກ Winning Eleven ໂດຍເພີ່ມຄວາມສົມຈິງທາງດ້ານ Graphic ເຂົ້າໄປ ແລະ ນອກຈາກນັ້ນແລ້ວກໍ່ຍັງໄດ້ເພີ່ມ Mode ບາງຢ່າງເຂົ້າມາຕື່ມ ເປັນຕົ້ນແມ່ນ Legend Mode ທີ່ອະນຸຍາດໃຫ້ຜູ້ຫຼິ້ນທີ່ຫຼິ້ນແບບ Single Player (ຫຼິ້ນຜູ້ດຽວ) ສາມາດເລືອກນັກເຕະຄົນໃດໜຶ່ງມາຫຼິ້ນໄດ້ ເຊິ່ງບໍ່ຈຳເປັນຕ້ອງເລືອກເປັນທີມຄືກັບ Winning Eleven ເຮັດໃຫ້ມ່ວນຊື່ນໄດ້ອີກແບບໜຶ່ງ

3. Rogue Galaxy


ເປັນເກມພະຈົນໄພແນວ RPG ອີກເກມໜື່ງທີ່ໜ້າສົນໃຈແລະເປັນທີ່ນິຍົມກັນຫຼາຍໃນຍີ່ປຸ່ນແລະເອີຣົບ ແຕ່ອ້າຍນ້ອງ Gamer ຂອງລາວເຮົາບໍ່ຄ່ອຍຮູ້ຈັກປານໃດ

 Rogue Galaxy ເປັນເກມທີ່ປະສົມປະສານ Action ເຂົ້າກັບ Fantasy ໄດ້ຢ່າງລົງໂຕທີ່ສຸດ ຊ່ວງຕົ້ນໆຂອງເກມຈະມີແຕ່ຕົວລະຄອນດຽວໃຫ້ຫຼິ້ນນັ້ນກໍ່ຄື Jaster ຕົວລະຄອນເອກຂອງເກມ ແຕ່ຫຼັງຈາກນັ້ນຈະມີຫຼາຍໆຕົວລະຄອນໃຫ້ເລືອກຫຼິ້ນ

ເກມຈະດຳເນີນໄປຕາມເລື່ອງລາວການຜະຈົນໄພທີ່ຕໍ່ເນື່ອງກັນໄປຕັ້ງແຕ່ຕົ້ນຈົນຈົບ ໃຜມັກເກມແນວຜະຈົນໄພ Admin ຂໍແນະນຳເກມນີ້ແລ້ວທ່ານຈະບໍ່ຜິດຫວັງແນ່ນອນ

4. Diabolik: The Original Sin


Diabolik ເປັນເກມໜຶ່ງທີ່ບໍ່ໂດ່ງດັງແລະບໍ່ເປັນທີ່ນິຍົມ ແຕ່ Admin ຄິດວ່າເປັນເກມໜຶ່ງທີ່ດີ ແລະ ໜ້າສົນໃຈເພາະວ່າເປັນເກມທີ່ຜູ້ຫຼິ້ນຕ້ອງໄດ້ໃຊ້ຄວາມຄິດໃນການທີ່ຈະຜ່ານດ່ານຕ່າງໆໄປໄດ້

Diabolik ເປັນເກມທີ່ຖືກສ້າງຂື້ນຈາກກາຕູນຍອດນິຍົມຂອງອີຕາລີທີ່ໂດ່ງດັງໃນປີ 1962
ເກມນີ້ນອກຈາກຈະຝຶກຝົນຄວາມຄິດຂອງຜູ້ຫຼິ້ນແລ້ວ ຍັງຝຶກໃຫ້ຜູ້ຫຼິ້ນມີຄວາມອົດທົນ ແລະ ມີຄວາມສາມາດໃນການສັງເກດໄປໃນໂຕອີກດ້ວຍ

5. Yakuza




ເປັນເກມ Action-Adventure ອີກເກມໜຶ່ງທີ່ໜ້າສົນໃຈທີ່ມາກັບການຕໍ່ສູ້ທີ່ສົມຈິງ
ຫຼາຍຄົນທີ່ໄດ້ຍິນຄຳວ່າ Yakuza ມັກຈະຄິດເຖິງກຸ່ມ Mafia ໃຫຍ່ຂອງຍີ່ປຸ່ນທັນທີ ເກມນີ້ເຖິງວ່າຈະຊື່ Yakuza ທີ່ມີກົກເຫງົ້າມາຈາກນັກເລງ ແຕ່ເກມນີ້ກໍ່ບໍ່ໄດ້ສອນໃຫ້ຄົນເປັນນັກເລງ

ເກມນີ້ຈະເວົ້າເຖິງຊີວິດຂອງຜູ້ຊາຍຄົນໜຶ່ງທີ່ມີຈິດໃຈເດັດດ່ຽວ ແລະ ຢາກຊ່ວຍເຫຼືອຜູ້ອື່ນ ພ້ອມທີ່ຈະຕໍ່ສູ້ເພື່ອສັດຈະທຳທີ່ຖືກຕ້ອງ ແລະ ສິ່ງທີ່ດີກວ່າ ເຖິງແມ່ນວ່າລາວຈະຖືກເບິ່ງວ່າເປັນຄົນທີ່ບໍ່ດີຈາກສາຍຕາຂອງຄົນໃນສັງຄົມກໍຕາມ

Admin ຄິດວ່າເກມນີ້ໃຫ້ຂໍ້ຄິດແລະບົດຮຽນທີ່ດີແກ່ຜູ້ຫຼິ້ນເພາະເກມນີ້ສ່ອງແສງໃຫ້ເຫັນວ່າ ການທີ່ເຮົາຈະເຮັດຄວາມດີ ຫຼື ຕໍ່ສູ້ເພື່ອສິ່ງທີ່ຖືກຕ້ອງນັ້ນ ເຖິງແມ່ນວ່າເຮົາຈະຢູ່ໃນຖານະໃດຫຼືຊົນຊັ້ນໃດໃນສັງຄົມກໍຕາມ ຖ້າເຮົາຈະເຮັດເພື່ອຄວາມຖືກຕ້ອງແລ້ວເຮົາກໍຄວນໃຊ້ຄວາມເຂັ້ມແຂງທີ່ເຮົາມີຕໍ່ສູ້ເພື່ອສິ່ງເຫຼົ່ານັ້ນ ເຖິງວ່າຕອນນັ້ນເຮົາຈະຢືນຢູ່ຄົນດຽວທ່າມກາງສຽງຂອງຜູ້ຄົນທີ່ປະນາມວ່າເຮົາເປັນຄົນບໍ່ດີ

Yakuza ຂອງ Play Station 2 ຈະມີສອງພາກ (Yakuza 1 ແລະ Yakuza 2) ສ່ວນ Yakuza 3 ແລະ Yakuza 4 ຈະຢູ່ເທິງ Play Station 3

6. Naruto Ultimate Ninja Hero


ເປັນເກມ Action Combat ທີ່ສ້າງມາຈາກກາຕູນທີ່ມີສື່ສຽງຂອງຍີ່ປຸ່ນ Naruto Ultimate Ninja ຂອງ Play Station 2 ຈະມີທັງໝົດ 5 ພາກ ຜູ້ຫຼິ້ນສາມາດເລືອກຫຼິ້ນແບບແນວພະຈົນໄພ ຫຼື ໃນແບບການຕໍ່ສູ້ຂອງນິນຈາໂຕຕໍ່ໂຕໄດ້ ເກມຈະເປັນແນວຕໍ່ສູ້ ແລະ ພະຈົນໄພແບບມ່ວນຊື່ນເຮຮາ ພ້ອມທັງຖ່າຍທອດທັດສະນະຄະຕິທີ່ດີໆໃຫ້ແກ່ຜູ້ຫຼິ້ນໄປໃນໂຕ

ຖ້າຜູ້ໃດທີ່ມັກແລະຕິດຕາມກາຕູນນາຣູໂຕະແລ້ວ ຖ້າໄດ້ຫຼິ້ນເກມນີ້ຈະຮູ້ສຶກເພີດເພີນທັນທີເລຍ ເພາະຈະເຮັດໃຫ້ຜູ້ຫຼິ້ນຮັບຮູ້ ແລະ ເຂົ້າເຖິງການເຄື່ອນໄຫວຂອງຕົວລະຄອນຕ່າງໆແບບໃກ້ຊິດ ຄືກັບວ່າເຮົາໄດ້ກາຍເປັນສ່ວນໜຶ່ງຂອງກາຕູນນາຣູໂຕະ ນອກຈາກນັ້ນ ກໍ່ຍັງມີເນື້ອເລື່ອງບາງຕອນທີ່ເສີມເຂົ້າມາໃນເກມແບບທີ່ຫາເບີ່ງບໍ່ໄດ້ໃນສະບັບກາຕູນໃຫ້ຜູ້ຫຼິ້ນໄດ້ເຫັນອີກດ້ວຍ

ເວລາຂອງ Admin ຂ້ອນຂ້າງຈະຈຳກັດແຕ່ສັນຍາວ່າຈະມີເກມແນະນຳມາໃຫ້ອ້າຍນ້ອງ Gamer ເຮົາມາໂອ້ລົມນຳກັນເລື້ອຍໆ