ປັດຈຸບັນນີ້ External Hard Disk ສ່ວນຫຼາຍທີ່ຂາຍຕາມທ້ອງຕະຫຼາດຈະເປັນ USB 3.0 ສັງເກດເບິ່ງທາງປາຍຂອງສາຍຕໍ່ USB ຈະເປັນສີຟ້າ ສ່ວນລະບົບເກັບຂໍ້ມູນຈະເປັນແບບ NTFS ເຊິ່ງການໂອນຖ່າຍຂໍ້ມູນໄວກວ່າ USB 2.0 ຫຼາຍເທົ່າ. ໃນທາງກັບກັນ, PS2 & PS3 ຮອງຮັບສະເພາະແຕ່ USB 2.0 ແລະ ລະບົບເກັບຂໍ້ມູນແບບ FAT32 ເທົ່ານັ້ນ. ສະນັ້ນກ່ອນເຮົາຈະຊື້ External Hard Disk ໃຫ້ສັງເກດເບິ່ງດັ່ງນີ້:
- ຂ້າງກ່ອງ ຫຼືສາຍຕໍ່ USB ທີ່ຢູ່ໃນກ່ອງຈະມີ Sticker ເຊິ່ງຈະຂຽນວ່າ "Compatible with USB 2.0" ສະແດງວ່າຮອງຮັບ USB 2.0 ສ່ວນລະບົບເກັບຂໍ້ມູນນັ້ນ ເຮົາພຽງແຕ່ເອົາມາ Format ຢູ່ Computer ແລ້ວປ່ຽນເປັນ FAT32. ພຽງເທົ່ານີ້ External Hard Disk ຂອງເຮົາກໍ່ໃຊ້ໄດ້ກັບ PS2 & PS3.
- ຄວາມຈຸຂອງ External Hard Disk ດຽວນີ້ມີຕັ້ງແຕ່ 500GB ຫາ 2TB. ສຳລັບ PS2 ຄວນໃຊ້ 500GB ກໍ່ພໍແລ້ວ ເພາະວ່າເກມໜຶ່ງຈະກິນເນື້ອທີ່ປະມານ 2 - 4.5GB. ແຕ່ສຳລັບ PS3 ແລ້ວ ຄວນຈະໃຊ້ 1TB ຂຶ້ນໄປ ເພາະເກມໜຶ່ງກິນເນື້ອທີ່ປະມານ 3 - 40GB.
ສຳລັບ External Hard Disk ທີ່ຢາກຈະແນະນຳຈາກປະສົບການແມ່ນ WD Elements.
Credit: Donenoun-IT



No comments:
Post a Comment