ສະບາຍດີ ມື້ນີ້ Admin ຢາກຈະມາແນະນຳເກມຂອງ Play Station 2 ທີ່ໜ້າສົນໃຈມາໃຫ້ພວກເຮົາອ້າຍນ້ອງ Gamer ໄດ້ຮູ້ຈັກນຳກັນ
ດັ່ງທີ່ພວກເຮົາຫຼາຍຄົນໄດ້ຮູ້ກັນວ່າ ເຄື່ອງເກມ
Play Station 2 ເປັນເຄື່ອງເກມ Console ທີ່ຂ້ອນຂ້າງເກົ່າແລະຖືກຜະລິດມາດົນແລ້ວ ຈົນຕອນນີ້ມີເຄື່ອງເກມປະເພດ Console ທີ່ໃໝ່ກວ່າເຊິ່ງມາພ້ອມກັບເຕັກໂນໂລຊີທີ່ທັນສະໄໝກວ່າໄດ້ອອກມາສູ່ຕະຫຼາດເກມຫຼາຍແບບບໍ່ຂາດສາຍ ແຕ່ຢ່າງໃດກໍຕາມ Admin ເຊື່ອວ່າຍັງມີ Gamer ຫຼາຍຄົນທີ່ຍັງມັກຫຼິ້ນເກມ
Play Station 2 ຢູ່ ໃນນີ້ກໍລວມທັງ Admin ເອງທີ່ຍັງມີຄວາມມັກແລະຍັງຄົງຫຼິ້ນເກມ
Play Station 2 ຈົນເຖິງທຸກວັນນີ້
ເຖິງແມ່ນວ່າປັດຈຸບັນ ທາງບໍລິສັດ Sony ໄດ້ພັດທະນາເຄື່ອງເກມປະເພດ Console ມາເຖິງ
Play Station 4 ແລ້ວ ແລະໄດ້ຢຸດສາຍການຜະລິດຂອງ
Play Station 2 ໄປແລ້ວກໍ່ຕາມ ສຳລັບ Admin ແລ້ວ ດ້ວຍຄວາມເປັນ Gamer ບໍ່ເຄຍຄິດວ່າ
Play Station 2 ລ່າສະໄໝເລຍ ກົງກັນຂ້າມພັດເປັນເຄື່ອງເກມທີ່ຍັງໃຫ້ຄວາມມ່ວນຊື່ນສະເໝີທຸກຄັ້ງທີ່ໄດ້ຈັບມາຫຼິ້ນ
ປະຫວັດເຄື່ອງເກມ Play Station 2 ໂດຍຫຍໍ້
Play Station 2 ແມ່ນເຄື່ອງເກມປະເພດ Console ທີ່ຖືກພັດທະນາແລະຜະລິດຂື້ນໂດຍບໍລິສັດ Sony Computer Entertainment ເຊິ່ງເປັນຍັກໃຫຍ່ລະດັບໂລກໃນວົງການອຸດສາຫະກຳເຕັກໂນໂລຊີທີ່ພວກເຮົາທຸກຄົນຄຸ້ນເຄຍກັນດີ
Play Station 2 ໄດ້ຖືກວາງຂາຍສູ່ຕະຫຼາດຄັ້ງທຳອິດໃນວັນທີ 4 ເດືອນ 03 ປີ 2000 ທີ່ປະເທດຍີ່ປຸ່ນ ຕໍ່ມາກໍ່ແມ່ນຖືກວາງຂາຍໃນທະວີບອາເມລິກາເໜືອ ແລະ ເອີຣົບໃນປີດຽວກັນ ກ່ອນທີ່ຈະຖືກວາງຂາຍແລະເປັນທີ່ຮູ້ຈັກກັນທົ່ວໂລກໃນເວລາຕໍ່ມາ

ໃນປີ 2002 ທາງດ້ານບໍລິສັດ Sony Computer Entertainment ໄດ້ຜະລິດ ແລະ ວາງຈຳໜ່າຍຊຸດ Playstation 2 Linux Kit ເຊິ່ງເປັນຊຸດເຄື່ອງມືທີ່ເຮັດໃຫ້ເຄື່ອງເກມ Playstation 2 ສາມາດຕິດຕັ້ງລະບົບປະຕິບັດການ Linux ໄດ້ ນີ້ຖືເປັນການສ້າງນະວັດຕະກຳໃໝ່ໃຫ້ແກ່ເຄື່ອງເກມໃຫ້ສາມາດປະຍຸກໃຊ້ໃຫ້ເປັນເຄື່ອງຄອມພິວເຕີ້ໄດ້ ບໍ່ພຽງແຕ່ເປັນເຄື່ອງທີ່ໃຊ້ຫຼິ້ນເກມຢ່າງດຽວຄືໃນຍຸກທີ່ຜ່ານມາ. ໃນຊຸດ Linux Kit ທີ່ວາງຈຳໜ່າຍນັ້ນ ປະກອບມີ ແຜ່ນ DVD ລະບົບປະຕິບັດການ Linux, USB Keyboard, Mouse, Network Adapter, HDD ຂະໜາດ 40 GB, Memory Card(ກ້ອນເຊັບ), ແລະສາຍຕໍ່ VGA Adapter. Playstation 2 Linux ກາຍເປັນທີ່ສົນໃຈສຳລັບສາວົກ ເກມຄອນໂຊນທັງນັກພັດທະນາ ແລະ ຜູ້ສົນໃຈທົ່ວໄປ. Playstation 2 Linux ນອກຈາກຈະເຮັດໃຫ້ເຄື່ອງ Playstation 2 ສາມາດລົງລະບົບປະຕິບັດການ Linux ໄດ້ຄືກັບເຄື່ອງຄອມພິວເຕີ້ແລ້ວ ຍັງເປີດກວ້າງໃຫ້ນັກພັດທະນາ ສາມາດພັດທະນາເກມ ແລະ ພັດທະນາໂປຣແກຣມຕ່າງໆໃຫ້ແກ່ເຄື່ອງເກມ Playstion 2 ໂດຍນຳໃຊ້ຊຸດ Linux Kit ແບບບໍ່ເສຍຄ່າໃຊ້ຈ່າຍນຳອີກ. Playstation 2 Linux ກາຍເປັນເຄື່ອງມືສຳລັບການຮຽນຮູ້ແກ່ບັນດານັກພັດທະນາທີ່ມີນິໄສຮັກໃນການຂຽນໂປຣແກຣມ ນອກຈາກນັ້ນ ຫຼາຍມະຫາວິທະຍາໄລຍັງໄດ້ນຳໃຊ້ Playstation 2 Linux ເຂົ້າໃນການສິດສອນແກ່ພາກວິຊາພັດທະນາເກມນຳອີກ.





ໃນປີ 2006 ທາງດ້ານບໍລິສັດ Sony Computer Entertainment ໄດ້ຜະລິດເຄື່ອງ Play Station 2 Slim ອອກມາເຊິ່ງມີຂະໜາດທີ່ບາງກວ່າ ນຳ້ໜັກເບົາກວ່າ ພ້ອມກັບມານຳລາຄາທີ່ຖືກກວ່າອອກສູ່ຕະຫຼາດ
ແລະໃນປີ 2006 ນັ້ນ Sony Computer Entertainment ກໍ່ໄດ້ເປີດໂຕຜະລິດຕະພັນໃໝ່ອອກມານັ້ນກໍ່ຄື Play Station 3 ແຕ່ເຖິງວ່າ Play Station 3 ຈະອອກມາສູ່ຕະຫຼາດແຕ່ວ່າເຄື່ອງ Play Station 2ແລະເກມຕ່າງໆຂອງ Play Station 2 ກໍ່ຍັງເປັນທີ່ຂາຍດີທີ່ສຸດໃນເວລານັ້ນ
ໃນວັນທີ 4 ເດືອນ 01 ປີ 2013 Sony Computer Entertainment ໄດ້ປະກາດຢຸດສາຍການຜະລິດເຄື່ອງເກມ Play Station 2 ລົງເຊິ່ງເປັນການປິດຕຳນານການຈຳໜ່າຍເຄື່ອງເກມທີ່ຄອງໃຈຜູ້ຄົນທົ່ວໂລກລົງ
Play Station 2 ໄດ້ກາຍເປັນເຄື່ອງເກມ Console ທີ່ຂາຍດີທີ່ສຸດໃນປະຫວັດສາດຂອງເກມ Console ເຊິ່ງໄດ້ສ້າງສະຖິຕິຍອດຂາຍໄວ້ຫຼາຍກວ່າ 155 ລ້ານເຄື່ອງທົ່ວໂລກ ແລະມີນັກພັດທະນາທີ່ພັດທະນາເກມປ້ອນໃຫ້ເຖິງ 3870 ເກມ
ແຕ່ເຖິງຢ່າງໃດກໍຕາມ ເຄື່ອງ Playstation 2 ກໍຍັງເປັນເຄື່ອງເກມທີ່ຫຼາຍຄົນຖາມຫາເວລາໄປຊື້ເກມ ແລະ ຍັງນິຍົມຫຼິ້ນກັນຕາມບ້ານຈົນເຖິງປະຈຸບັນ ພ້ອມທັງມີຄຸນຄ່າທາງດ້ານຈິດໃຈຢ່າງຍິ່ງສຳລັບບັນດານັກສະສົມ.
ຕໍ່ໄປນີ້ແມ່ນລາຍຊື່ຂອງເກມ Play Station 2 ທີ່ Admin ຢາກຈະມາແນະນຳໃຫ້ພວກເຮົາໄດ້ຮູ້ຈັກກັນ ເຊິ່ງມີທັງເກມດັງໆທີ່ຫຼາຍຄົນຮູ້ຈັກກັນດີແລະເກມທີ່ດີໆແຕ່ຫຼາຍຄົນບໍ່ທັນຮູ້ຈັກ
1. Winning Eleven
ຄົງຈະບໍ່ມີໃຜປະຕິເສດໄດ້ວ່າ Winning Eleven ຫຼື ພວກເຮົາມັກຈະເອີ້ນກັນຈົນຄຸ້ຍເຄຍວ່າເກມ
ເຕະບານ ທີ່ຫຼາຍຄົນມັກຈະຫຼິ້ນກັນໃນກຸ່ມເພື່ອນຝູງ ເອົາມາປະລອງກັນໃຫ້ຮູ້ແພ້ຮູ້ຊະນະກັນໄປຂ້າງໜຶ່ງ
ບາງຄົນຊື້ເຄື່ອງເກມ Play Station 2 ມາເພື່ອຫຼິ້ນແຕ່ເກມນີ້ເກມດຽວ Gamer ຫຼາຍຄົນຍົກໃຫ້ Winning Version ຂອງ Play Station 2 ນີ້ເປັນເກມເຕະບານທີ່ດີທີ່ສຸດ ເຖິງແມ່ນວ່າອາດຈະມີບາງສ່ວນທີ່ບໍ່ສົມຈິງປານໃດກໍ່ຕາມ ແຕ່ດ້ວຍມົນສະເໜ່ທີ່ເກມນີ້ມອບໃຫ້ແລ້ວ Winning Eleven PS2 ຍັງຄົງຄອງໃຈ Gamer ຫຼາຍໆຄົນລວມເຖິງ Admin ເອງຈົນເຖິງທຸກມື້ນີ້
2. Pro Evolution Soccer
Pro Evolution Soccer (PES) ກໍ່ເປັນເກມກິລາເຕະບານອີກເກມໜຶ່ງທີ່ຖືກພັດທະນາຕໍ່ມາຈາກ Winning Eleven ໂດຍເພີ່ມຄວາມສົມຈິງທາງດ້ານ Graphic ເຂົ້າໄປ ແລະ ນອກຈາກນັ້ນແລ້ວກໍ່ຍັງໄດ້ເພີ່ມ Mode ບາງຢ່າງເຂົ້າມາຕື່ມ ເປັນຕົ້ນແມ່ນ Legend Mode ທີ່ອະນຸຍາດໃຫ້ຜູ້ຫຼິ້ນທີ່ຫຼິ້ນແບບ Single Player (ຫຼິ້ນຜູ້ດຽວ) ສາມາດເລືອກນັກເຕະຄົນໃດໜຶ່ງມາຫຼິ້ນໄດ້ ເຊິ່ງບໍ່ຈຳເປັນຕ້ອງເລືອກເປັນທີມຄືກັບ Winning Eleven ເຮັດໃຫ້ມ່ວນຊື່ນໄດ້ອີກແບບໜຶ່ງ
3. Rogue Galaxy
ເປັນເກມພະຈົນໄພແນວ RPG ອີກເກມໜື່ງທີ່ໜ້າສົນໃຈແລະເປັນທີ່ນິຍົມກັນຫຼາຍໃນຍີ່ປຸ່ນແລະເອີຣົບ ແຕ່ອ້າຍນ້ອງ Gamer ຂອງລາວເຮົາບໍ່ຄ່ອຍຮູ້ຈັກປານໃດ
Rogue Galaxy ເປັນເກມທີ່ປະສົມປະສານ Action ເຂົ້າກັບ Fantasy ໄດ້ຢ່າງລົງໂຕທີ່ສຸດ ຊ່ວງຕົ້ນໆຂອງເກມຈະມີແຕ່ຕົວລະຄອນດຽວໃຫ້ຫຼິ້ນນັ້ນກໍ່ຄື Jaster ຕົວລະຄອນເອກຂອງເກມ ແຕ່ຫຼັງຈາກນັ້ນຈະມີຫຼາຍໆຕົວລະຄອນໃຫ້ເລືອກຫຼິ້ນ
ເກມຈະດຳເນີນໄປຕາມເລື່ອງລາວການຜະຈົນໄພທີ່ຕໍ່ເນື່ອງກັນໄປຕັ້ງແຕ່ຕົ້ນຈົນຈົບ ໃຜມັກເກມແນວຜະຈົນໄພ Admin ຂໍແນະນຳເກມນີ້ແລ້ວທ່ານຈະບໍ່ຜິດຫວັງແນ່ນອນ
4. Diabolik: The Original Sin
Diabolik ເປັນເກມໜຶ່ງທີ່ບໍ່ໂດ່ງດັງແລະບໍ່ເປັນທີ່ນິຍົມ ແຕ່ Admin ຄິດວ່າເປັນເກມໜຶ່ງທີ່ດີ ແລະ ໜ້າສົນໃຈເພາະວ່າເປັນເກມທີ່ຜູ້ຫຼິ້ນຕ້ອງໄດ້ໃຊ້ຄວາມຄິດໃນການທີ່ຈະຜ່ານດ່ານຕ່າງໆໄປໄດ້
Diabolik ເປັນເກມທີ່ຖືກສ້າງຂື້ນຈາກກາຕູນຍອດນິຍົມຂອງອີຕາລີທີ່ໂດ່ງດັງໃນປີ 1962
ເກມນີ້ນອກຈາກຈະຝຶກຝົນຄວາມຄິດຂອງຜູ້ຫຼິ້ນແລ້ວ ຍັງຝຶກໃຫ້ຜູ້ຫຼິ້ນມີຄວາມອົດທົນ ແລະ ມີຄວາມສາມາດໃນການສັງເກດໄປໃນໂຕອີກດ້ວຍ
5. Yakuza
ເປັນເກມ Action-Adventure ອີກເກມໜຶ່ງທີ່ໜ້າສົນໃຈທີ່ມາກັບການຕໍ່ສູ້ທີ່ສົມຈິງ
ຫຼາຍຄົນທີ່ໄດ້ຍິນຄຳວ່າ Yakuza ມັກຈະຄິດເຖິງກຸ່ມ Mafia ໃຫຍ່ຂອງຍີ່ປຸ່ນທັນທີ ເກມນີ້ເຖິງວ່າຈະຊື່ Yakuza ທີ່ມີກົກເຫງົ້າມາຈາກນັກເລງ ແຕ່ເກມນີ້ກໍ່ບໍ່ໄດ້ສອນໃຫ້ຄົນເປັນນັກເລງ
ເກມນີ້ຈະເວົ້າເຖິງຊີວິດຂອງຜູ້ຊາຍຄົນໜຶ່ງທີ່ມີຈິດໃຈເດັດດ່ຽວ ແລະ ຢາກຊ່ວຍເຫຼືອຜູ້ອື່ນ ພ້ອມທີ່ຈະຕໍ່ສູ້ເພື່ອສັດຈະທຳທີ່ຖືກຕ້ອງ ແລະ ສິ່ງທີ່ດີກວ່າ ເຖິງແມ່ນວ່າລາວຈະຖືກເບິ່ງວ່າເປັນຄົນທີ່ບໍ່ດີຈາກສາຍຕາຂອງຄົນໃນສັງຄົມກໍຕາມ
Admin ຄິດວ່າເກມນີ້ໃຫ້ຂໍ້ຄິດແລະບົດຮຽນທີ່ດີແກ່ຜູ້ຫຼິ້ນເພາະເກມນີ້ສ່ອງແສງໃຫ້ເຫັນວ່າ ການທີ່ເຮົາຈະເຮັດຄວາມດີ ຫຼື ຕໍ່ສູ້ເພື່ອສິ່ງທີ່ຖືກຕ້ອງນັ້ນ ເຖິງແມ່ນວ່າເຮົາຈະຢູ່ໃນຖານະໃດຫຼືຊົນຊັ້ນໃດໃນສັງຄົມກໍຕາມ ຖ້າເຮົາຈະເຮັດເພື່ອຄວາມຖືກຕ້ອງແລ້ວເຮົາກໍຄວນໃຊ້ຄວາມເຂັ້ມແຂງທີ່ເຮົາມີຕໍ່ສູ້ເພື່ອສິ່ງເຫຼົ່ານັ້ນ ເຖິງວ່າຕອນນັ້ນເຮົາຈະຢືນຢູ່ຄົນດຽວທ່າມກາງສຽງຂອງຜູ້ຄົນທີ່ປະນາມວ່າເຮົາເປັນຄົນບໍ່ດີ
Yakuza ຂອງ Play Station 2 ຈະມີສອງພາກ (Yakuza 1 ແລະ Yakuza 2) ສ່ວນ Yakuza 3 ແລະ Yakuza 4 ຈະຢູ່ເທິງ Play Station 3
6. Naruto Ultimate Ninja Hero
ເປັນເກມ Action Combat ທີ່ສ້າງມາຈາກກາຕູນທີ່ມີສື່ສຽງຂອງຍີ່ປຸ່ນ Naruto Ultimate Ninja ຂອງ Play Station 2 ຈະມີທັງໝົດ 5 ພາກ ຜູ້ຫຼິ້ນສາມາດເລືອກຫຼິ້ນແບບແນວພະຈົນໄພ ຫຼື ໃນແບບການຕໍ່ສູ້ຂອງນິນຈາໂຕຕໍ່ໂຕໄດ້ ເກມຈະເປັນແນວຕໍ່ສູ້ ແລະ ພະຈົນໄພແບບມ່ວນຊື່ນເຮຮາ ພ້ອມທັງຖ່າຍທອດທັດສະນະຄະຕິທີ່ດີໆໃຫ້ແກ່ຜູ້ຫຼິ້ນໄປໃນໂຕ
ຖ້າຜູ້ໃດທີ່ມັກແລະຕິດຕາມກາຕູນນາຣູໂຕະແລ້ວ ຖ້າໄດ້ຫຼິ້ນເກມນີ້ຈະຮູ້ສຶກເພີດເພີນທັນທີເລຍ ເພາະຈະເຮັດໃຫ້ຜູ້ຫຼິ້ນຮັບຮູ້ ແລະ ເຂົ້າເຖິງການເຄື່ອນໄຫວຂອງຕົວລະຄອນຕ່າງໆແບບໃກ້ຊິດ ຄືກັບວ່າເຮົາໄດ້ກາຍເປັນສ່ວນໜຶ່ງຂອງກາຕູນນາຣູໂຕະ ນອກຈາກນັ້ນ ກໍ່ຍັງມີເນື້ອເລື່ອງບາງຕອນທີ່ເສີມເຂົ້າມາໃນເກມແບບທີ່ຫາເບີ່ງບໍ່ໄດ້ໃນສະບັບກາຕູນໃຫ້ຜູ້ຫຼິ້ນໄດ້ເຫັນອີກດ້ວຍ
ເວລາຂອງ Admin ຂ້ອນຂ້າງຈະຈຳກັດແຕ່ສັນຍາວ່າຈະມີເກມແນະນຳມາໃຫ້ອ້າຍນ້ອງ Gamer ເຮົາມາໂອ້ລົມນຳກັນເລື້ອຍໆ